ກອງປະຊຸມທ້າຍໂຄງການຂອງໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົມ (AC5-CBID) ໄດ້ຈັດຂຶ້ນທີ່ໂຮງແຮມ Laotelໃນວັນທີ 16 ເດືອນພະຈິກ, 2022 ນີ້ , ໃນນະຄອນຫຼວງວຽງຈັນ.
ກອງປະຊຸມດັ່ງກ່າວ ໄດ້ມີຜູ້ເຂົ້າຮ່ວມຈາກພາກລັດ ຈາກລະດັບສູງກາງ, ແຂວງ ແລະ ເມືອງ ເຂົ້າຮ່ວມ ປະກອບດ້ວຍ ກົມນະໂຍບາຍຕໍ່ຜູ້ມີຜົນງານ, ຄົນພິການ ແລະ ຜູ້ອາຍຸສູງ; ກົມຮ່ວມມືສາກົນ, ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ກົມປິ່ນປົວ ແລະ ຟື້ນຟູ ພາຍໃຕ້ກະຊວງສາທາລະນະສຸກ, ແລະ ກົມອາຊີວະສຶກສາ ແລະ ຝຶກອົບຮົມເຕັກນິກ-ວິຊາຊີບ (TVET) ພາຍໃຕ້ກະຊວງສຶກສາທິການ ແລະ ກິລາ, ສະມາຊິກທີມງານໂຄງການ ຂອງ HI ແລະ ຕົວແທນຈາກ ARMI.
https://doodido.com/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%9e%e0%ba%b1%e0%ba%94%e0%ba%97%e0%ba%b0%e0%ba%99%e0%ba%b2%e0%ba%81/
|