ໃນວັນທີ 18 ພະຈິກ 2022, ກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດ ວຽກງານສິດທິເດັກ ຢູ່ ສປປ ລາວ ຈັດຂຶ້ນພາຍໃຕການເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ, ຮອງປະຜູ້ປະຈຳການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ), ທ່ານ ນາງ ເພຍ ແບັນໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ມີບັນດາຮອງເຈົ້າແຂວງ ແລະ ຕົວແທນເດັກ ທັງ 18 ແຂວງເຂົ້າຮ່ວມ
ໂດຍພາກສ່ວນກ່ຽວຂ້ອງ ໄດ້ສະເໜີ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຄຳໝັ້ນສັນຍາທີ່ຜ່ານມາ ໃນການຫລຸດຜ່ອນຄວາມທຸກຍາກຂອງເດັກ ໃນລະຫວ່າງປີ 2021- 2022, ພ້ອມທັງ ທົບທວນຄືນຄວາມເປັນຢູ່ຂອງເດັກນ້ອຍ ໃນສະພາບການແພ່ລະບາດຂອງພະຍາດໂຄວິດ-19.
https://doodido.com/%e0%ba%97%e0%ba%bb%e0%ba%9a%e0%ba%97%e0%ba%a7%e0%ba%99%e0%ba%84%e0%ba%b7%e0%ba%99%e0%bb%83%e0%ba%99%e0%ba%81%e0%ba%b2%e0%ba%99%e0%ba%9b%e0%ba%b0%e0%ba%95%e0%ba%b4%e0%ba%9a%e0%ba%b1%e0%ba%94/
|