ທ່ານ ພູທອນ ເມືອງປາກ ປະທານອົງການກາແດງ ແຫ່ງຊາດລາວ ໄດ້ຕ້ອນຮັບທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວໃນວັນທີ 13 ມີນາ 2023, ທີ່ນະຄອນຫລວງວຽງຈັນ, ເປັນການເຂົ້າພົບປະຢ້ຽມຢາມ ແລະ ປຶກສາຫາລື ໃນການພັດທະນາວຽກງານກາແດງ.
ໃນໂອກາດນີ້, ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການຢ້ຽມຢາມໃນຄັ້ງນີ້ ແລະ ຕີ ລາຄາສູງ ຕໍ່ສາຍພົວພັນສອງຊາດທີມີມາແຕ່ຍາວນານ, ໃນໄລຍະຜ່ານມາ ທາງຣາຊະອານາຈັກໄທ ກໍຄືສະພາກາຊາດໄທ ກໍໄດ້ໃຫ້ການຊ່ວຍເຫລືອ ອົງການກາແດງແຫ່ງຊາດລາວ ໃນຫລາຍດ້ານ
https://doodido.com/%e0%ba%97%e0%ba%b9%e0%ba%94%e0%bb%84%e0%ba%97-%e0%ba%9b%e0%ba%b0%e0%ba%88%e0%ba%b3-%e0%ba%a5%e0%ba%b2%e0%ba%a7%e0%ba%a2%e0%bb%89%e0%ba%bd%e0%ba%a1%e0%ba%a2%e0%ba%b2%e0%ba%a1-%e0%bb%81%e0%ba%a5/
|