ຄໍາວ່າ “ຈົບ” ໝາຍເຖິງແນວໃດແນວນຶ່ງທີ່ປະກົດອອກເປັນຮອບ, ເປັນຄັ້ງ ເປັນຄາວ ແລ້ວສິ້ນສຸດລົງ ເອີ້ນ ຈົບໜຶ່ງ ເຊັ່ນ: ຫຼີ້ນລໍາເລື່ອງຈົບຮອບນຶ່ງ, ເບີ່ງລະຄອນຈົບເລື່ອງນຶ່ງ, ອ່ານນິທານໄດ້ຈົນຈົບ, ຈົບ ຄະດີຄວາມ, ຈົບບັນຫາ, ຈົບການເດີນທາງ, ຈົບການລໍຄອຍ ແລະ ອື່ນໆ. “ຈົບ” ຍັງໃຊ້ເອີ້ນ ໃນເວລາ ອາວະສານ, ການຕາຍ ຫຼື ເວລາເສຍຊີວິດ ຊຶ່ງເປັນການສິ້ນສຸດຂອງຊີວິດຢ່າງໃດນຶ່ງ ເຊັ່ນ: ຈົບຊີວິດ, ຈົບລົມຫາຍໃຈ, ຈົບຊີວີ ເປັນຕົ້ນ. ຄໍາວ່າ “ຈົບ” ກົງກັນຂ້າມກັບ ຄໍາວ່າ “ເລີ່ມຕົ້ນ, ເກີດຂຶ້ນ…”.
https://doodido.com/%e0%ba%84%e0%bb%8d%e0%ba%b2%e0%ba%a7%e0%bb%88%e0%ba%b2-%e0%ba%88%e0%ba%bb%e0%ba%9a-%e0%ba%81%e0%ba%b2%e0%ba%99%e0%ba%99%e0%bb%8d%e0%ba%b2%e0%bb%83%e0%ba%8a%e0%bb%89-%e0%bb%81/
|